ການແນະນໍາ
ກ່່ອນທີ່ຈະເກີດມີທຸກຢ່າງ, ກ່ອນເກີດມີເວລາ ຫຼື ຊ່ອງຫວ້າງ ຫຼື ກາຍຍະພາບຕ່າງໆ, ໄດ້ມີພຣະເຈົ້າຢູ່ກ່ອນແລ້ວ…ອົງທີ່ເໜືອເກີນຄວາມສາມາດທີ່ເຮົາຈະບັນຍາຍ ຫຼື ອະທິບາຍ. ຜ່ານເລື່ອງລາວຂອງພຣະອົງ, ພວກເຮົາພົບວ່າພຣະເຈົ້າແມ່ນພຣະວີນຍານທີ່ບໍ່ີຈຸດເລີ້ມຕົ້ນ ແະ ບໍ່ມີຈຸດຈົບ. ພຣະອົງສົມບູນໃນຕົວຂອງພຣະອົງ, ບໍ່ຂາດສິ່ງໃດ, ພຣະອົງເປັນຄວາມຮູ້ທຸກຢ່າງ ແລະ ທຸກໆສະຕິປັນຍາ. ພຣະອົງຊົງສົມບູນແບບໃນທຸກໆທາງ. ພຣະອົງກໍ່ບໍ່ໄດ້ມີຂອບເຂດໂດຍສິ່ງໃດໜຶ່ງ.
– ບົດຮຽນແຫ່ງຄວາມຫວັງ, ບົດເລືື່ອງທີ່ 1
ການສັງເກດ ແລະ ການພິຈາລະນາ
ໃນອາທິດທຳອີດຂອງການຮຽນໄດ້ສະແດງໃຫ້ເຫັນເຖິງຫຼັກຖານວ່າພຣະຄຳພີແມ່ນສິ່ງທີ່ໄວ້ໃຈໄດ້ທີ່ສຸດເຖິງເປັນຈຸດທີ່ອ້າງອີງໄດ້ໃນທົ່ວທຸກມູມໂລກສຳລັບຄວາມເຂົ້າໃຈໃນເລື່ອງຈິງ.
ພຣະຄຳພີແມ່ນການເປີດເີບກ່ຽວກັບພຣະອົງເອງ, ແລະ ມັນໃຫ້ເັນຄວາມຈິງກ່ຽວກັບພຣະເຈົ້າໄດ້ສອງທາງ. ທາງທີ່ໜຶ່ງແມ່ນໂດຍການເຮັດໃຫ້ເຫັນ: ການບັນທຶກການກະທຳຂອງພຣະເຈົ້າ ແລະ ການພົວພັນທາງໂລກ ແລະ ມະນຸດຊາດ. ອີກທາງໜື່ງແມ່ນທາງການປະກາດ: ການເວົ້າອອກໄປ ຫຼື ປະກາດກ່ຽວທຳມະຊາດ ແລະ ຄຸນລັກສະນະຂອງພຣະເຈົ້າ.
ໃຫ້ພິຈາລະນາໃນຂໍ້ພຣະຄຳພີຂ້າງລຸ່ມນີ້ເພື່ອເປັນສ່ວນຊ່ວຍສະໜັບສະໜຸນບົດຫຍໍ້ຈາກ ເດິຮົບ ທີ່ກ່າວໄວ້ຂ້າງເທິງ.
- ກ່ອນຈະເກີດມີທຸກຢ່າງ, ໄດ້ມີພຣະເຈົ້າ
“ດ້ວຍວ່າໂດຍພຣະອົງນັ້ນພຣະເຈົ້າໄດ້ສ້າງສັບພະສິ່ງທັງໃນທ້ອງຟ້າ ແລະ ເທິງແຜນດິນໂລກ ສິ່ງທີ່ຕາເຫັນຕາເຫັນໄດ້ແລະ ຕາເຫັນບໍ່ໄດ້ ເປັນພຣະທີ່ນັ່ງ ຫຼື ອານຸພາບ ຫຼື ບັນດາຜູ້ປົກຄອງ ແລະ ບັນດາຜູ້ມີສິດອຳນາດທັງຫຼາຍ ພຣະເຈົ້າໄດ້ສ່າງຊັບພະສິ່ງທັງໝົດນີ້ໂດຍທາງພຣະອົງ ແລະ ສຳລັບພຣະອົງ. ພຣະອົງຊົງຢູ່ກ່ອນສັບພະທຸກສິ່ງ ແລະ ສັບພະທຸກສິ່ງກໍ່ດຳລົງເປັນລະບຽບຢູ່ໂດຍພຣະອົງ." ([bible version="1727" book="col" chapter="1" verses="16-17"]ໂກໂລຊາຍ 1:16-17[/bible])
- ພຣະເຈົ້າແມ່ນເກີນຄວາມສາມາດຂອງເຮົາທີ່ຈະເຂົ້າໃຈຢ່າງເຕັມສ່ວນ
“ອົງພຣະຜູ້ເປັນເຈົ້າຜູ້ຍິ່ງໃຫ່ຍ ແລະ ເປັນທິ່ຍ້ອງຍໍສັນລະເສີຍຢ່າງສູງສົ່ງ. ຄວາມຍິ່ງໃຫ່ຍຂອງພຣະອົງນັ້ນເໜືອກວ່າຄວາມເຂົ້າໃຈໄດ້." ([bible version="1727" book="psa" chapter="145" verses="3"]ເພງສັນລະເສີີນ 145:3[/bible])
"“ຄວາມຮັ່ງມີຂອງພຣະເຈົ້າກໍ່ມີຢ່າງລົ້ນເຫຼືອ ແລະ ພຣະສະຕິປັນຍາ ທັງຄວາມຮອບຮູ້ຂອງພຣະອົງກໍ່ແສນເລີດລ້ຳ ການຕັດສິນຂອງພຣະອົງກໍ່ເໜືອທີ່ຈະເຂົ້າໃຈໄດ້ ແະ ວິທີທາງຂອງພຣະອົງກໍ່ເຫຼືອວິໄສທີ່ຈະຄົ້ນຄ້ວາໄດ້.!" ([bible version="1727" book="rom" chapter="11" verses="33"]ໂຣມ 11:33[/bible])
- ພຣະເຈົ້າເປັນພຣະວິນຍານ
"ພຣະເຈົ້າຊົງເປັນພຣະວິນຍານ ແລະ ຜູ້ທີ່ນະມັດສະການພຣະອົງຕ້ອງນະມັດສະການດ້ວຍຈິດວິນຍານ ແລະ ຄວາມຈິງ." ([bible version="1727" book="jhn" chapter="4" verses="24"]ໂຢຮັນ 4:24[/bible])
- ພຣະເຈົ້າເປັນນິລັນ - ພຣະອົງບໍ່ມີຈຸດເລີ້ມຕົ້ນ ແລະ ຈຸດຈົບ
“ກ່ອນທີ່ພູຜາປ່າໄມ້ຖືກສ້າງຂຶ້ນມາ ກ່ອນທີ່ໂລກເຮົາດຳລົງຄົງຕົວຢູ່ຢ່າງນີ້ ພຮະອົງເປັນພຣະເຈົ້າອົງເປັນຢູ່ຊົ່ວນິລັນການ ແລະ ເປັນພຣະເຈົ້າທີ່ກຳລົງຢູ່ສືບໄປເປັນນິດ." ([bible version="1727" book="psa" chapter="90" verses="2"]ເພງສັນລະເສີີນ 90:2[/bible])
“ແຕ່ພຣະອົງຍັງເປັນຢູ່ຢ່າງເດີມສະເໝີໄປ ຊີວິດຂອງພຣະອົງກໍ່ບໍ່ສີ້ນສຸດເປັນຈັກເທື່ອ." ([bible version="1727" book="psa" chapter="102" verses="27"]ເພງສັນລະເສີີນ 102:27[/bible])
“ພຣະກຽດແລະ ພະລັດສະໝີ ຈົ່ງມີແກ່ພຣະມະຫາກະສັດ ຜູ້ຊົງພຣະຈະເລີນຢູ່ເປັນນິດ ຜູ້ຊົງເປັນອົງອຳມະຕະ ຊຶ່ງບໍ່ໄດ້ປະກົດພຣະອົງຜູ້ຊົງເປັນພຣະເຈົ້າແຕ່ອົງດຽວ ສືບໆໄປເປັນນິດ ອາແມນ." ([bible version="1727" book="1ti" chapter="1" verses="17"]1 ຕີໂມທຽວ 1:17[/bible])
- ພຣະອົງຊົງສູມບູນໃນຕົວຂອງພຣະອົົງ, ບໍ່ຂາດສິ່ງໃດເລີຍ
“ພຣະເຈົ້າອົງທີ່ໄດ້ສ້າງໂລກກັບສິ່ງທັງປວງ ທີ່ຢູ່ໃນໂລກແມ່ນອົງພຮະຜູ້ເປັນເຈົ້າຂອງສະຫວັນແລະແຜ່ນດິນໂລກ ພຣະເຈົ້າອົງນີ້ບໍ່ໄດ້ຢູ່ໃນວິຫານທີ່ສ້າງຂຶ້ນມາດ້ວຍມືຂອງມະນຸດ. ພຮະອົງບໍ່ຈຳເປັນໃຫ້ມະນຸດຈັດຫາສິ່ງໃດສິ່ງໜຶ່ງໃຫ້ແກ່ພຣະອົງ ເພາະວ່າແມ່ນພຮະອົງເອງທີ່ເປັນຜູ້ໂຜດປະທານຊີວິດ, ລົມຫາຍໃຈ ແລະ ສັບພະທຸກສິ່ງແກ່ມະນຸດທຸກຊາດທຸກພາສາ." ([bible version="1727" book="act" chapter="17" verses="24-25"]ກິດຈະການ 17:24-25[/bible])
- ພຮະເຈົ້າເປັນທຸກຄວາມຮູ້ ແລະ ທຸກສະຕິປັນຍາ
“ພຣະເຈົ້າຢາເວຂອງພວກເຮົາຍິ່ງໃຫ່ຍ ແລະ ຊົງຣິດອຳນາດຫຼາຍ." ([bible version="1727" book="psa" chapter="147" verses="5"]ເພງສັນລະເສີນ 147:5[/bible])
“ຕໍ່ມາເພິ່ນໄດ້ກ່າວຕໍ່ໂຊໂລໂມນວ່າ, “ລູກເອີຍ ເຈົ້າຈົ່ງຮໍ່າຮຽນໃຫ້ຮູ້ຈັກພຣະເຈົ້າອົງທີ່ພໍ່ໄດ້ຮັບໃຊ້ນີ້ໃຫ້ດີໆ ແລະ ຈົ່ງບົວລະບັດຮັບໃຊ້ພຣະອົງດ້ວຍສຸດໃຈ ແລະ ສຸດຄວາມຄິດ ພຣະອົງຮູ້ຄວາມຄິດ ແລະ ຄວາມປາຖະໜາທັງໝົດຂອງພວກເຮົາຖ້າເຈົ້າສະແຫວງຫາພຣະອົງ ພຣະອົງກໍ່ຈະໃຫ້ເຈົ້າໄດ້ພົບພຣະອົງ ແຕ່ຖ້າເຈົ້າຫັນໜີໄປຈາກພຣະອົງ ພຮະອົງກໍ່ຈະປະຖິ້ມເຈົ້າຕະຫຼອດໄປ." ([bible version="1727" book="1ch" chapter="28" verses="9"]1 ຂ່າວຄາວ 28:9[/bible])
“ພວກເຈົ້າຕັ້ງບໍ່ຮູ້ ພວກເຈົ້າບໍ່ໄດ້ຍິນບໍ? ອົງພຣະຜູ້ເປັນເຈົ້າຄືພຮະເຈົ້າເປັນຢູ່ ສືບໄປນິດ ພຮະອົງເປັນຜູ້ສ້າງສັບພະທຸກສິ່ງຢູ່ໃນໂລກເຮົາພຮະອົງບໍ່ເຄີຍກ່າວວ່າພຣະອົງອອ່ນແຮງຈັກເທື່ອ ຫຼື ພຣະອົງອຶດເມືອຍແຕ່ປະການໃດເລີຍ ບໍ່ມີຜູ້ໃດເຂົ້າໃຈຄວາມຄິດຂອງພຣະອົງໄດ້." ([bible version="1727" book="isa" chapter="40" verses="28"]ເອຊາຢາ 40:28[/bible])
- ພຣະເຈົ້າສົມບູນແບບ- ພຣະເຈົ້າບໍລິສຸດ
ໃນ [bible version="1727" book="mat" chapter="5" verses="48"]ມັດທາຍ 5:48[/bible], ພຣະເຈົ້າພັນະນາຄຳວ່າ”ສົມບູນແບບ.” ນີ້ແມ່ນຄຸນລັກສະນະຂອງພຣະເຈົ້າທີ່ໃກ້ຄຽງທີ່ສຸດທຽບກັບຄູນລັກສະນະຂອງພຣະອື່ນ. ຜູ້ສ້າງ ວີດີໂອຂອງ ເດິຮົບເລືອກທີ່ຈະໃຊ້ຄຳສົມບູນແບບແທນຄຳວ່າບໍລິສຸດ ເພາະວ່າມັນແມ່ນຄຳທີ່ທຸກຄົນຮູ້ ແລະ ງ່າຍທີ່ຈະເຂົ້າໃຈ. ແນວໃດກໍ່ຕາມ, ໂດຍຄວາມເຂົ້າໃຈກັບຄຳທີ່ວ່າບໍລິສຸດ, ພວກເຮົາສາມາດເຂົ້າໃຈໄດ້ຕາມຄວາມສົມບູນແບບທີ່ພຣະເຈົ້າເປັນ.
ຄຳວ່າບໍລິສຸດມັນໝາຍເຖິງການແຍກອອກຈາກກັນ, ຫຼື ບໍ່ຄືຄົນອື່ນ.1 ບໍ່ແມ່ນພຽງແຕ່ພຣະເຈົ້າເທົ່ານັ້ນທີ່ສົມບູນແບບ, ແຕ່ໃນຄວາມສົມບູນແບບຂອງພຣະອົງນັ້ນພຣະອົງເໜືອກວ່າການປຽບທຽບກັບສິ່ງອື່ນໃດທັ້ງນັ້ນ.
“ຂ້າແດ່ອົງພຣະຜູ້ເປັນເຈົ້າໃນບັນດາພຣະທັງຫຼາຍນັ້ນໃຜແດ່ຄືພຣະອົງ? ແນ່ວແນ່ຄືພຣະອົງຜູ້ຍິ່ງໃຫ່ຍ ແລະ ບໍລິສຸດດ້ວຍ……?" ([bible version="1727" book="exo" chapter="15" verses="11"]ອົບພະຍົບ 15:11[/bible])
“ບໍ່ມີພີຣະໃດບໍລິສຸດດັ່ງອົງພຣະຜູ້ເປັນເຈົ້າ ບໍ່ມີພຣະຄຸ້ມຄອງອົງໃດເປັນດັ່ງພຮະເຈົ້າ." ([bible version="1727" book="1sa" chapter="2" verses="2"]1 ຊາມູເອນ 2:2[/bible])
“…..ບໍ່ມີຜູ້ໃດຄືພຮະອົງ; ພວກຂ້ານ້ອຍຮູ້ຢູ່ສະເໝີວ່າ ພຮະອົງເທົ່ານັ້ນທີ່ເປັນພຣະເຈົ້າ." ([bible version="1727" book="2sa" chapter="7" verses="22"]2 ຊາມູເອນ 7:22[/bible])
“ຂ້າແດ່ອົງພຣະຜູ້ເປັນເຈົ້າ ບໍ່ມີຜູ້ໃດເລີຍທີ່ເປັນດັ່ງພຣະອົງ; ພວກຂ້ານ້ອຍຮູ້ຢູ່ສະເໝີວ່າພຣະອົງເທົ່ານັ້ນທີ່ເປັນພຣະເຈົ້າ." ([bible version="1727" book="1ch" chapter="17" verses="20"]1 ຂ່າວຄາວ 17:20[/bible])
“….. ເພາະພຣະອົງຜູ້ດຽວຊົງເປັນຜູ້ບໍລິສຸດ…" ([bible version="1727" book="rev" chapter="15" verses="4"]ພຮະນິມິດ 15:4[/bible])
- ພຮະເຈົ້າບໍ່ຈຳກັດດ້ວຍສິ່ງໃດທັ້ງສິ້ນ
ພຣະອົງມີອຳນາດເໜືອກວ່າສິ່ງໃດທັງໝົດ
“ຂ້າແດ່ພຣະເຈົ້າຢາເວ ອົງພຣະຜູ້ເປັນເຈົ້າ ພຣະອົງໄດ້ສ້າງຟ້າສະຫວັນ ແລະ ແຜ່ນດິນໂລກ ໂດຍລິດອຳນາດອັນຍິ່ງໃຫ່ຍຂອງພຣະອົງ ບໍ່ມີສິ່ງໃດເລີຍຍາກສຳລັບພຣະອົງ." ([bible version="1727" book="jer" chapter="32" verses="17"]ເຢເຣມີຢາ 32:17[/bible])
“ຂ້າແດ່ອົງພຣະຜູ້ເປັນເຈົ້າ ຂ້ານ້ອຍຮູ້ວ່າພຣະອົງຊົງຣິດອຳນາດຍິ່ງໃຫ່ຍ ແລະ ພຣະອົງຊົງເຮັດທຸກໆສິ່ງຕາມໃຈມັກດ້ວຍ." ([bible version="1727" book="job" chapter="42" verses="2"]ໂຢບ 42:2[/bible])
“ພຣະເຢຊູເຈົ້າຫຼຽວເບິ່ງພວກສາວົກ ແລ້ວຕອບວ່າ, “ສຳລັບມະນຸດແ້ວເປັນໄປບໍ່ໄດ້ ແຕ່່ສຳລັບພຣະເຈົ້າແລ້ວທຸກສິ່ງເປັນໄປໄດ້." ([bible version="1727" book="mat" chapter="19" verses="26"]ມັດທາຍ 19:26[/bible])
- ພຮະອົງບໍ່ຈຳກັດດ້ວຍເວລາ ຫຼື ສະຖານທີ່
ບາງເທື່ອຄຳຖາມແມ່ນການຖາມ,” ແນວໃດ, ຫຼື ເມື່ອໃດ, ພຣະເຈົ້າຊົງເລີ້ມມາ?” ມັນຍາກທີ່ຈະຄິດເຖິງສິ່ງທີ່ເປັນຢູ່ທີ່ເໜືອການເວລາ ແລະ ສະຖານທີ່. ແລະ ນັ້ນແມ່ນພຮະເຈົ້າ. ເວລາ ແລະ ສະຖານທີ່ແມ່ນສິ່ງທີ່ຖືກສ້າງຂຶ້ນ. ພຮະເຈົ້າຢູ່ທຸກທີ່ທຸກເວລາ.
“ອົງພຮະຜູ້ເັນເຈົ້າໄດ້ກ່າວວ່າ,”ເຮົາແມ່ນພຮະເຈົ້າຜູ້ຢູ່ທຸກທີ່ທຸກບ່ອນ ແລະ ບໍ່ໄດ້ຢູ່ແຕ່ໃນບ່ອນດຽວ.”….. ພວກເຈົ້າບໍ່ຮູ້ຫຼືວ່າ ເຮົາຢູ່ທຸກໆບ່ອນທັງໃນຟ້າສະຫວັນ ແລະ ທີ່ແຜ່ນດິນໂລກ?”ອົງພຣະຜູ້ເປັນເຈົ້າກ່າວດັ່ງນັ້ນແລະ" ([bible version="1727" book="jer" chapter="23" verses="23-24"]ເຢເຣມີຢາ 23:23-24[/bible])
"“ຖ້າຂຶ້ນໄປທີ່ຟ້າສະຫວັນ ພຣະອົງກໍ່ຢູ່ທີ່ນັ້ນແລ້ວເດ ຖ້າລົງໄປໃນພິພົບຄົນຕາຍພຮະອົງກໍ່ຢູ່ທີ່ນັ້ນດ້ວຍ." ([bible version="1727" book="psa" chapter="139" verses="8"]ເພງສັນລະເສີນ 139:8[/bible])
“ແຕ່ພວກທີ່ຮັກເອີຍ ຢ່າລືມຂໍ້ນີ້ວ່າ ຕໍ່ພຣະພັກຂອງອົງພຮະຜູ້ເປັນເຈົ້າ ວັນດຽວກໍ່ເໝືອນກັບພັນປີ ແລະ ພັນປີກໍ່ເໝືອນວັນດຽວ." ([bible version="1727" book="2pe" chapter="3" verses="8"]2 ເປໂຕ 3:8[/bible])
- ພຣະອົງຢູ່ໃນການຄວບຄຸມແບບສົມບູນ
“ອົງພຮະຜູ້ເປັນເຈົ້າກະທຳທຸກສິ່ງຕາມພຮະປະສົງ ໃນສະຫວັນ ແລະ ແ່ຜ່ນດິນໂລກທັງໃນທ້ອງທະເລເລິກ ແລະ ທ່າມກາງມະຫາສະໝຸດອັນກວ້າງໃຫ່ຍຄືກັນ." ([bible version="1727" book="psa" chapter="135" verses="6"]ເພງສັນລະເສີນ 135:6[/bible])
“……ເພາະວ່າພຣະອົງໄດ້ຊົງສ້າງສັບພະທຸກສິ່ງທັງປວງ ແລະ ສັບພະທຸກສິ່ງທັງປວງນັ້ນກໍຊົງສ້າງຂຶ້ນແລ້ວ ແລະ ດຳລົງຢູ່ຕາມຊອບພຣະໄທຂອງພຮະອົງ." ([bible version="1727" book="rev" chapter="4" verses="11"]ພຮະນິມິດ 4:11[/bible])
“ພຣະເຈົ້າຂອງພວກຂ້ານ້ອຍຢູ່ເທິງສະຫວັນພຣະອົງປາຖະໜາສິ່ງໃດກໍກະທຳສິ່ງນັ້ນ. ([bible version="1727" book="psa" chapter="115" verses="3"]ເພງສັນລະເສີນ 115:3[/bible])
“ໃນພຣະອົງນັ້ນພວກເຮົາໄດ້ຕົກເປັນສ່ວນຂອງພຣະເຈົ້າຕາມການຊົງຕັ້ງພຣະໄທໄວ້ກ່ອນຂອງພຣະອົງ ຜູ້ຊົງກະທຳໃນສິ່ງສາລະພັດດຳເນີນໄປໃຫ້ສົມກັບນໍ້າພຣະໄທຂອງພຮະອົງ." ([bible version="1727" book="eph" chapter="1" verses="11"]ເອເຟໂຊ 1:11[/bible])
"ພຣະອົງຖືວ່າຄົນໃນໂລກນີ້ບໍ່ມີຫຍັງໝົດຕ່າງກໍ່ບໍ່ມີຄຸນຄ່າບໍ່ມີຫຍັງທັ້ງນັ້ນ ມະນຸດໃນໂລກ ແລະ ເທວະດາເທິງສະຫວັນກໍ່ຢູ່ໃຕ້ການປົກຄອງຂອງພຮະອົງທັ້ງນັ້ນ.ບໍ່ມີໃຜສາມາດຂັດຂວາງພຣະປະສົງຫຼືສອບຖາມເຖິງສິ່ງທີ່ພຮະອົງຊົງກະທຳ.’" ([bible version="1727" book="dan" chapter="4" verses="35"]ດານີເອນ 4:35[/bible])
ການຖາມ ແລະ ຂໍ້ສະທ້ອນ
- ຂໍ້ພຮະຄຳເຫຼົ່ານີ້ພຽງແຕ່ເປີດໜ້າປົກມາເພື່ອໃຫ້ພວກເຮົາຢາກທີ່ຈະເຂົ້າໃຈບາງຢ່າງກ່ຽວກັບບຸກຄະລິກກະພາບຂອງພຮະເຈົ້າ. ພິຈາລະນາເບິ່ງຄຸນລັກສະນະທີ່ຂຽນໄວ້ຂ້າງເທິງ, ແມ່ນຫຍັງທີ່ຢືນຢັນຕໍ່ເຈົ້າກ່ຽວກັບພຮະເຈົ້າ? ເຈົ້າຊອກເຫັນຫຍັງແດ່ທີ່ມັນໃໝ່ສຳລັບເຈົ້າ?
- ຄັບລົດເຂົ້າໄປໃນເມືອງໃຫ່ຍ, ພວກເຮົາສາມາດເຫັນຕຶກທີ່ສູງກ່ອນໝູ່ກ່ອນ. ຈາກທາງໄກເບິ່ງຄືວ່າມັນນ້ອຍ, ແຕ່ຖ້າພວກເຮົາຂັບລົດຜ່ານມັນໄປພວກມັນກັບເປັນຕຶກທີ່ສູງໃຫ່ຍກວ່າພວກເຮົາ. ມູມມອງຄວາມຄິດຂອງເຮົາທີ່ສຳຄັນ. ເຮົາເຂົ້າໃກ້ບາງຢ່າງຊ່ຳໃດເຮົາຈະເຫັນມັນໃຫ່ຍຊ່ຳນັ້ນ. ແລ້ວເຈົ້າເດໃ້ພຣະເຈົ້າແລ້ວບໍ? ພຮະອົງໃຫ່ຍສຳລັບເຈ້ົາຊ່ຳໃດ?
ການຕັດສິນໃຈ & ການປະຕິບັດ
ໃນພຣະຄຳພຮ ຢາໂກໂບເວົ້າວ່າ,”ເຈົ້າທັງຫຼາຍຈົ່ງເຂົ້າໃກ້ພຣະເຈົ້າ ແລະ ພຣະອົງຈະສະເດັດມາໃກ້ພວກເຈົ້າ” ([bible version="1727" book="jas" chapter="4" verses="8"]ຢາໂກໂບ 4:8[/bible]). ເຂົ້າໃກ້ສິດພຣະເຈົ້າແມ່ນທາງເລືອກທີ່ພວກເຮົາຕ້ອງເລືອກ, ຖ້ານີ້ແມ່ນຄວາມປາຖະໜາຂອງເຈົ້າ,ເຈົ້າຈະກຳນົດທີ່ຈະປິຕິບັດມັນແນວໃດ?(ອ້າງອີງຈາກ "ການຮູ້ຈັກພຣະເຈົ້າ" ໃນຕອນທ້າຍຂອງຄູ່ມືການສຶກສານີ້.)
ສຳລັບການສຶກສາຕໍ່ພາຍໜ້າ
- John Piper, Holy, Holy, Holy Is the Lord of Hosts. (© Desiring God Ministries, 2006; from a sermon dated January 1, 1984). (http://www.desiringgod.org/ResourceLibrary/Sermons/ByDate/1984/419_Holy_Holy_Holy_Is_the_Lord_of_Hosts/). Retrieved November 15. 2006.
Footnotes
1Holy. Dictionary.com. The American Heritage® Dictionary of the English Language, Fourth Edition, Houghton Mifflin Company, 2004. (http://dictionary.reference.com/browse/holy). Retrieved November 15, 2006.